JAOL ແມ່ນ?

ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (ຂຽນຫຍໍ້ "ສ.ອ.ລ.ຍ", ແລະ ເປັນພາສາອັງກິດແມ່ນ Japan Alumni Of Laos : JAOL) ແມ່ນເປັນສະມາຊິກລວມໝູ່ ຂອງ ສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ທີ່ມີກອງເລຂາປະຈຳຢູ່ພະແນກມິດຕະພາບ ກົມພົວພັນມະຫາຊົນ ຄະນະພົວພັນຕ່າງປະເທດສູນກາງພັກ. ໂດຍມີໃບແຈ້ງການ ເຫັນດີໃຫ້ຈັດຕັ້ງເປັນສະມາຊິກລວມໝູ່ ລົງວັນທີ 11/05/2001. ໃນປີ 2012 ເຂົ້າເປັນສະມາຊິກ ASCOJA (ASEAN Council of Japan Alumni) ແລະ ເປັນຄະນະບໍລິຫານ ASJA (Asia Japan Alumni).

ສະມາຊິກຂອງ JAOL ແມ່ນອະດີດນັກສຶກສາລາວ ທີ່ໄດ້ສຶກສາຢູ່ຂະແໜງການສຶກສາໃດໜຶ່ງຂອງປະເທດຍີ່ປຸ່ນ ຫຼາຍກວ່າ 6 ເດືອນ, ເປັນການສະໝັກເປັນສະມາຊິກດ້ວຍຄວາມສະມັກໃຈ, ເຊິ່ງໃນປີ 2023 ມີສະມາຊິກຢູ່ປະມານ 600 ທ່ານ ທີ່ເຄີຍໄດ້ຮັບທຶນ ສາທືນ MEXT, JDS, JICA, YLP ແລະ ອື່ນໆ.

ນັບຕັ້ງແຕ່ການສ້າງຕັ້ງ JAOL ມາເປັນເວລາ 20 ກວ່າປີ, ສະມາຊິກ JAOL ນັບມື້ນັບເພີ່ມຂຶ້ນ ບັນດາກິດຈະກໍາຕ່າງໆ ກໍ່ມີເພີ່ມຂຶ້ນເຊັ່ນດຽວກັນ ແລະ ການບໍລິຫານວຽກງານຕ່າງໆຂອງ JAOL ກໍ່ການປ່ຽນແປງໄປຕາມຍຸກສະໄໝ, ສະພາບການຂອງປະເທດ ພາກພື້ນ ແລະ ໂລກ. ພາຍໄຕ້ການຊີ້ນໍາຢ່າງໃກ້ຊິດຈາກສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະບໍລິຫານງານ JAOL ຊຸດທີ I, ຊຸດທີ II, ຊຸດທີ III, ຊຸດທີ IV, ຊຸດທີ V, ຊຸດທີ VI, ຊຸດທີ VII, ຊຸດທີ VII ເພີ່ມຕື່ມ ໄດ້ນໍາພາບັນດາສະມາຊິກ ເຂົ້າຮ່ວມເຮັດກິດຈະກໍາຕ່າງໆ ໃຫ້ປະສົບຜົນສໍາເລັດເລື້ອຍມາ.

ຈຸດປະສົງ ຂອງ JAOL

ຈຸດປະສົງຂອງ JAOL ແມ່ນ:

  • ເສີມສ້າງຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນແລະກັນ ພາຍໃນສະມາຄົມ
  • ປະກອບສ່ວນເຂົ້າໃນວຽກງານພັດທະນາ ເສດຖະກິດ ແລະ ສັງຄົມລາວ
  • ປະກອບສ່ວນເຂົ້າໃນວຽກງານຕ່າງໆ ເພື່ອມິດຕະພາບລາວ-ຍີ່ປຸ່ນ, ອາຊຽນ-ຍີ່ປຸ່ນ

ກິດຈະກໍາ ຂອງ JAOL

ກິດຈະກໍາຫຼັກໆ ຂອງ JAOL ທີ່ຜ່ານມາແມ່ນ: Study in Japan Fairs, Japan Festival in Laos, ກິລາພາຍໃນ, ພົບປະນັກສຶກສາກັບຄົນຍີ່ປຸ່ນ, ລະດົມທຶນຊ່ວຍເຫຼືອໄພພິບັດເຫດການແຜນດິນໄຫວຢູ່ Tohoku, Kumamoto, ASCOJA Conference, ASJA-ASCOJA Symposium, ASJA Junior, ASJA MEXT Scholarship, Toshiba Youth Club Asia ແລະ ກິດຈະກໍາອື່ນໆ.

ກິດຈະກໍາຕ່າງໆທີ່ JAOL ເປັນຫຼັກໃນການຈັດ ຫຼື ຮ່ວມມືຈັດຂຶ້ນຈະມີເຊັ່ນ: ງານແຂ່ງຂັນເຕະບານມິດຕະພາບອະດິດນັກສຶກສາລາວຈາກຕ່າງປະເທດ, Japan Festival, ງານຈາກຫົວໃຈມິດຕະພາບ (Give our love to Japan), ບໍລິຈາກເສື້ອສົມທົບບັນເທົາທຸກໄພນ້ຳຖ້ວມຢູ່ແຂວງຫຼວງພະບາງ, ລະດົມເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊ, ຮ່ວມໃຈປູກຕົ້ນໄມ້ໃຫ້ນ້ອງ, ຝຶກທັກສະແປພາສາລາວ-ຢີ່ປຸ່ນ, ກິດຈະກໍາສະເຫຼີມສະຫຼອງຄວາມສຳພັນທາງການທູດ ລາວ-ຢີ່ປຸ່ນ, ງານເຕະບານຊິງຂັນປະທານສະມາຄົມມິດຕະພາບ ລາວ-ຢີ່ປຸ່ນ, ງານແຂ່ງຂັນກິລາຕີດອກປິກໄກ່ມິດຕະພາບ, ງານແຂ່ງຂັນກິລາໂບລີ້ງ, ງານປູກຕົ້ນໄມ້, ງານບໍລິຈາກເລືອດ, ງານແຂ່ງຂັນເຮັດເຂົ້າກ່ອງຢີ່ປຸ່ນ, ງານຍ່າງ ແລະ ຄອນເສີດການກຸສົນ Kumamoto Natural disaster fundraising, ເສວະນາທຸລະກິດພາຍໃນ JAOL, ກິດຈະກໍາລະະດົມທຶນຕ້ານໂຄວິດ-19 ແລະ ກິດຈະປະຈໍາປີອື່ນໆ.

ຜູ້ສະໜັບສະໜູນ

ງານພົບປະ ປະຈໍາປີ 2024

ຜູ້ສະໜັບສະໜູນ

ງານລ້ຽງ JAOL 20 ປີ